ບໍລິສັດ ພະລັງງານໄຟຟ້າ ເຊກອງ ຈຳກັດ

  • ໜ້າຫຼັກ
  • ບໍລິສັດ ພະລັງງານໄຟຟ້າ ເຊກອງ ຈຳກັດ

ບໍລິສັດ ພະລັງງານໄຟຟ້າ ເຊກອງ ຈຳກັດ (“XPPL”) ເປັນບໍລິສັດລູກຂອງ ກຸ່ມບໍລິສັດ ພອນສັກ ຈຳກັດ, ໄດ້ສ້າງຕັ້ງຂຶ້ນໃນປີ 2011 ເພື່ອດຳເນີນກິດຈະກຳຊອກຄົ້ນ, ສຳຫຼວດ, ຂຸດຄົ້ນຖ່ານຫີນ ເພື່ອສົ່ງອອກ ແລະ ຜະລິດໄຟຟ້າ ທີ່ແຂວງສາລະວັນ ແລະ ເຊກອງ.

ໂຄງການຕັ້ງຢູ່ພາກໃຕ້ຂອງ ສປປ ລາວ, ຫ່າງຈາກນະຄອນຫຼວງວຽງຈັນປະມານ 700 ກິໂລແມັດ ໄປທາງຕາເວັນອອກສຽງໃຕ້, ຫ່າງຈາກເມືອງປາກເຊປະມານ 172 ກິໂລແມັດ ໄປທາງຕາເວັນອອກສຽງເໜືອ, ແລະ ຫ່າງຈາກອຸບົນຣາຊະທານີປະມານ 200 ກິໂລແມັດ ໄປທາງຕາເວັນອອກສຽງເໜືອ. ພື້ນທີ່ໂຄງການຢູ່ຕາມຊາຍແດນລະຫວ່າງແຂວງສາລະວັນ ແລະ ເຊກອງ, ຂະຫຍາຍຈາກພາກໃຕ້ຂອງເມືອງກະລຶມ ບໍລິເວນບ້ານປາຮຸ່ງ ແລະ ບ້ານຈະນາມ ໄປຫາເຂດໃຕ້ຂອງເມືອງຕະໂອ້ຍ ໃກ້ບ້ານປາດູ່.

XPPL coal processing and energy operations
XPPL coal screening and washing operations

ນັບຕັ້ງແຕ່ປີ 2011, XPPL ໄດ້ສຳເລັດກິດຈະກຳພັດທະນາສຳຄັນ ລວມທັງການສຶກສາຄວາມເປັນໄປໄດ້, ການສຳຫຼວດ, ແລະ ການປະເມີນດ້ານສິ່ງແວດລ້ອມ ແລະ ສັງຄົມ. ໃນໄລຍະເລີ່ມຕົ້ນ ໂຄງການໄດ້ວາງແຜນເປັນໂຮງໄຟຟ້າຂະໜາດ 900 ເມກາວັດ ເພື່ອສະໜອງໄຟຟ້າໃຫ້ປະເທດໄທ ຫຼື ຫວຽດນາມ.

ໃນປີ 2019, ພາຍຫຼັງມີຂໍ້ຕົກລົງເພື່ອສົ່ງອອກໄຟຟ້າໄປຍັງລາຊະອານາຈັກກຳປູເຈຍ, ກຳລັງຜະລິດຂອງໂຄງການໄດ້ເພີ່ມຂື້ນເປັນ 1,800 ເມກາວັດ. ບໍລິສັດສະເພາະກິດໃໝ່ ກໍຄືບໍລິສັດ ໄຟຟ້າຄວາມຮ້ອນ ເຊກອງ ຈຳກັດ (XTPPL) ໄດ້ຖືກສ້າງຕັ້ງຂື້ນເພື່ອພັດທະນາໂຄງການໂຮງໄຟຟ້າຄວາມຮ້ອນຖ່ານຫີນຂະໜາດ 1,800 ເມກາວັດ, ແລະ ມີການລົງນາມຂໍ້ຕົກລົງສາມຝ່າຍ ໃນວັນທີ 26 ມິຖຸນາ 2020 ລະຫວ່າງ ລັດຖະບານ ສປປ ລາວ, ກຸ່ມບໍລິສັດພອນສັກ ແລະ XTPPL ເພື່ອຮັບຮອງການກະກຽມພັດທະນາໂຄງການ.

XPPL ມຸ່ງໝັ້ນຕໍ່ການເຕີບໂຕຢ່າງຮັບຜິດຊອບ ແລະ ການຍຶດໝັ້ນຕາມມາດຕະຖານສາກົນທີ່ກ່ຽວຂ້ອງ ໂດຍນຳໃຊ້ມາດຕະການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ສັງຄົມທີ່ເຂັ້ມແຂງ ຄວບຄູ່ກັບການນຳໃຊ້ເຕັກໂນໂລຊີທີ່ເໝາະສົມ ແລະ ທັນສະໄໝ.

ຕິດຕໍ່ພວກເຮົາ
ວັນຈັນ - ວັນສຸກ 08.00 - 17.00
ຕຶກອາຄານ ພີທີ | ຖະໜົນ ໂພນໄຊ | ນະຄອນຫຼວງວຽງຈັນ | ສປປ ລາວ
info@phonesackgroup.com

ກຸ່ມບໍລິສັດ ພອນສັກ ມີຄວາມມຸ່ງໝັ້ນທີ່ຈະຮັບປະກັນຄວາມຍືນຍົງຂອງບໍລິສັດ ໂດຍການສືບຕໍ່ລົງທຶນເພີ່ມເຂົ້າໃນດ້ານເຕັກໂນໂລຊີ ແລະ ບຸກຄະລາກອນ ຂອງຕົນ, ພ້ອມທັງມີຄວາມພາກພູມໃຈ ທີ່ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ດ້ວຍການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ ແລະ ຜູ້ຮັບເໝົາຈຳນວນຫຼວງຫຼາຍ ໃນທຸກໆ ຂະແໜງທຸລະກິດຂອງຕົນ.