ບໍລິສັດພອນສັກ ກໍ່ສ້າງຂົວ-ທາງ ຈຳກັດ
- ໜ້າຫຼັກ
- ບໍລິສັດພອນສັກ ກໍ່ສ້າງຂົວ-ທາງ ຈຳກັດ
ບໍລິສັດ ພອນສັກ ກໍ່ສ້າງຂົວ-ທາງຈຳກັດ ໄດ້ເລີ່ມດຳເນີນກິດຈະການຕັ້ງແຕ່ປີ 1996 ໂດຍແມ່ນການຂະຫຍາຍຈາກກິດຈະການອຸດສະຫະກຳໄມ້ ຂອງ ກຸ່ມບໍລິສັດ ພອນສັກ ແລະ ມີສໍານັກງານໃຫຍ່ຕັ້ງຢູ່ ເມືອງທ່າແຂກ, ແຂວງຄຳມ່ວນ.ນັບຕັ້ງແຕ່ການສ້າງຕັ້ງເປັນຕົ້ນມາ, ບໍລິສັດພອນສັກ ກໍ່ສ້າງຂົວ-ທາງຈຳກັດ ກໍ່ໄດ້ ຮັບຜິດຊອບ ແລະ ດຳເນີນໂຄງການໃຫຍ່ສຳຄັນຫຼາຍໂຄງການ ນັບແຕ່ການກໍ່ສ້າງທາງຫຼວງສາຍຫຼັກໄປຈົນເຖິງການພັດທະນາ ແລະ ການປັບປຸງ ບູລະນະພື້ນຖານໂຄງການຕ່າງໆເຊັ່ນ:
ໂຄງການກໍ່ສ້າງທີ່ສຳຄັນອັນໜຶ່ງທີ່ພິສູດໄດ້ວ່າມີຄວາມທ້າທາຍຫຼາຍຕໍ່ ກຸ່ມບໍລິສັດ ພອນສັກ ຈຳກັດ ແມ່ນ 'ໂຄງການຍົກຍ້າຍເມືອງກະລຶມໃໝ່', ເຊິ່ງມີເນື້ອທີ່ທັງໝົດ 1,502 ເຮັກຕາ, ຫ່າງຈາກເມືອງກະລຶມເກົ່າປະມານ 32 ກມ. ເນື່ອງຈາກເມືອງກະລຶມເກົ່າຕັ້ງຢູ່ໃນພູມສັນຖານເປັນເຂດພູດອຍ ແລະ ເຂົ້າເຖິງໄດ້ຍາກ, ຈຶ່ງຂາດສິ່ງອໍານວຍຄວາມສະດວກທີ່ຈຳເປັນທັງໝົດເຊັ່ນ: ໂຮງຮຽນ, ສຸກສາລາ ແລະ ລະບົບສາທາລະນູປະໂພກພື້ນຖານອື່ນໆ ແລະ ຖືວ່າເປັນເມືອງໜຶ່ງທີ່ທຸກຍາກ ແລະ ດ້ອຍພັດທະນາທີ່ສຸດ. ເມືອງກະລືມໃໝ່ ແມ່ນໄດ້ຖືກຈັດສັນຂຶ້ນເພື່ອສະໜອງບັນດາສິ່ງອຳນວຍຄວາມສະດວກທັງໝົດນີ້ ລວມທັງເຮືອນຢຸ່ອາໃສທີ່ປອດໄພທີ່ໄດ້ຮັບການກໍ່ສ້າງໃໝ່, ສຳນັກງານລັດ, ສູນການຄ້າ/ທຸລະກິດ, ລະບົບນ້ຳປະປາ, ລະບົບຊົນລະປະທານ, ໄຟຟ້າ ແລະ ເສັ້ນທາງຄົມມະນາຄົມເຂົ້າເຖິງ. ໂຄງການດັ່ງກ່າວໄດ້ເລີ່ມມາແຕ່ ເດືອນມັງກອນ ປີ 2012 ແລະ ໄດ້ສຳເລັດໃນ ປີ 2014, ໃນນັ້ນ ປະມານ 2,500 ຄອບຄົວໄດ້ຍົກຍ້າຍອອກຈາກເມືອງກະລຶມເກົ່າ.
ໃນປີ 2017, ກຸ່ມບໍລິສັດ ພອນສັກ ຈຳກັດ ຍັງໄດ້ດຳເນີນໂຄງການຍົກຍ້າຍຈັດສັນປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1 (NT1PC) ເຊິ່ງລວມມີການກໍ່ສ້າງເຮືອນຈັດສັນ, ພື້ນຖານໂຄງລ່າງສາທາລະນະ (ໂຮງຮຽນ, ໂຮງໝໍ, ຕະຫຼາດ, ຫ້ອງການບ້ານ,ສະໂມສອນ, ວັດວາອາຮາມ), ຝາຍປ້ອງກັນນໍ້າຖ້ວມ, ຮົ້ວກັ້ນເຂດກະສິກຳ ແລະ ລະບົບຊົນລະປະທານ. ໂດຍມີປະຊາຊົນ ຈໍານວນ 624 ຄົວເຮືອນ ໄດ້ຖືກຍົກຍ້າຍຈັດສັນໄປຢູ່ບ່ອນຕັ້ງຖິ່ນຖານໃໝ່ຢ່າງຖາວອນແລ້ວ.