ໂຄງການເຂື່ອນໄຟຟ້ານ້ຳເທີນ 1
- ໜ້າຫຼັກ
- ໂຄງການເຂື່ອນໄຟຟ້ານ້ຳເທີນ 1
ກຸ່ມບໍລິສັດ ພອນສັກ (Phonesack Group) ໄດ້ເຊັນສັນຍາພັດທະນາໂຄງການ (Project Development Agreement ຫຼື PDA) ຮ່ວມກັບ ລັດຖະບານ ແຫ່ງ ສປປ ລາວ (GOL) ໃນເດືອນກັນຍາ ປີ 2014 ເພື່ອພັດທະນາໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳເທີນ 1, ເຊິ່ງຕັ້ງຢູ່ເທິງລຳນ້ຳກະດິງ ໃນແຂວງບໍລິຄຳໄຊ, ຫ່າງຈາກຈຸດບັນຈົບຂອງລຳນ້ຳກະດິງ ແລະ ແມ່ນ້ຳຂອງຂຶ້ນໄປທາງຕົ້ນນ້ຳ ປະມານ 33 ກິໂລແມັດ, ຫ່າງຈາກນະຄອນຫຼວງວຽນຈັນ ປະມານ 220 ກິໂລແມັດ, ແລະ ເປັນໂຄງການໄຟຟ້າແຫ່ງສຸດທ້າຍ ໃນລະບົບເຂື່ອນໄຟຟ້ານ້ຳຕົກແບບຊັ້ນຂັ້ນໄດ ນ້ຳເທີນ–ນ້ຳກະດິງ.
ຫຼັງຈາກການສຶກສາຄວາມເປັນໄປໄດ້ (Feasibility Study) ສຳເລັດລົງໃນເດືອນກຸມພາ ປີ 2016 ແລະ ໄດ້ຮັບໃບຢັ້ງຢືນການອະນຸມັດຂັ້ນສຸດທ້າຍຈາກລັດຖະບານ ແຫ່ງ ສປປ ລາວ ແລ້ວ, ກຸ່ມບໍລິສັດ ພອນສັກ ໄດ້ລົງທຶນເຂົ້າໃນວຽກງານກະກຽມຂັ້ນຕົ້ນຂອງໂຄງການ ເປັນຕົ້ນແມ່ນ: ການກໍ່ສ້າງເສັ້ນທາງເຂົ້າສູ່ພື້ນທີ່ໂຄງການ, ການສ້າງຄ້າຍພັກ ແລະ ຫ້ອງການ, ໂຮງອາຫານ ພ້ອມດ້ວຍສິ່ງອຳນວຍຄວາມສະດວກອື່ນໆ.
ໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳເທີນ 1 (NT1) ເປັນເຂື່ອນທີ່ມີຄວາມສູງ 177 ແມັດ, ມີກຳລັງການຕິດຕັ້ງທັງໝົດ 650 ເມກາວັດ (MW), ເຊິ່ງໃນນັ້ນ ກໍ່ສ້າງເພື່ອສົ່ງອອກໄປຍັງປະເທດໄທ ທັງໝົດ 520 ເມກາວັດ ແລະ ອີກ 130 ເມກາວັດ ແມ່ນຈະຖືກສະໜອງເຂົ້າໃນການຊົມໃຊ້ພາຍໃນປະເທດ. ບໍລິສັດ NT1PC ໄດ້ນຳໃຊ້ອຸປະກອນ ແລະ ເຕັກໂນໂລຊີທີ່ທັນສະໄໝ ທີ່ເປັນມິດຕໍ່ສິ່ງແວດລ້ອມ ເຂົ້າໃນການກໍ່ສ້າງສະຖານີຜະລິດໄຟຟ້າ, ພ້ອມທັງມຸ່ງໝັ້ນຕໍ່ວິໄສທັດໃນການພັດທະນາເສດຖະກິດແຫ່ງຊາດແບບຍືນຍົງ ແລະ ການຫຼຸດຜ່ອນຄວາມທຸກຍາກ.
ໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳເທີນ 1 (NT1) ເລີ່ມດຳເນີນງານທາງດ້ານການຄ້າ (Commercial Operations Date ຫຼື COD) ຢ່າງເປັນທາງການ ໃນເດືອນສິງຫາ ປີ 2022.