ພັນທະທາງດ້ານສັງຄົມ ແລະ ສິ່ງແວດລ້ອມ

  • ໜ້າຫຼັກ
  • ພັນທະທາງດ້ານສັງຄົມ ແລະ ສິ່ງແວດລ້ອມ
CARE
IN ACTION
ພັນທະທາງດ້ານສັງຄົມ ແລະ ສິ່ງແວດລ້ອມ

ຄວາມມຸ່ງໝັ້ນຕໍ່ຄວາມຍືນຍົງ

ກຸ່ມບໍລິສັດ ພອນສັກ ຈຳກັດ ມຸ່ງໝັ້ນຮັບປະກັນວ່າ ທຸກໆການດຳເນີນງານຂອງຕົນມີຜົນກະທົບທາງລົບໜ້ອຍທີ່ສຸດຕໍ່ຊີວິດການເປັນຢູ່ຂອງຊຸມຊົນ ແລະ ສິ່ງແວດລ້ອມ, ພ້ອມທັງໄດ້ທຸ້ມເທຄວາມພະຍາຍາມ ແລະ ຊັບພະຍາກອນຂອງຕົນເຂົ້າໃນການປະເມີນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ເປັນບູລິມະສິດອັນດັບໜຶ່ງ.

ກຸ່ມບໍລິສັດ ພອນສັກ ມີຄວາມພາກພູມໃຈເປັນຢ່າງຍິ່ງ ໃນຄວາມມຸ່ງໝັ້ນທີ່ຈະປະຕິບັດຕາມມາດຕະຖານສາກົນ ໃນທຸກໆການດຳເນີນງານ, ໂດຍສະເພາະແມ່ນຄວາມພະຍາຍາມ ໃນການພັດທະນາກະບວນການ ທີ່ຈະຊ່ວຍປູທາງໄປສູ່ ການດຳເນີນງານທີ່ເປັນມິດກັບສິ່ງແວດລ້ອມ ຢ່າງຍືນຍົງໃນອະນາຄົດ.

ດ້ວຍຄວາມທຸ້ມເທ ແລະ ຄວາມມຸ່ງໝັ້ນຂອງ ກຸ່ມບໍລິສັດ ພອນສັກ, ບັນດາໂຄງການຂອງບໍລິສັດ ໄດ້ຮັບການຍອມຮັບໃຫ້ເປັນ 'ໂຄງການແບບຢ່າງ' ຢ່າງຄົບວົງຈອນ ທັງໃນດ້ານການພັດທະນາເສດຖະກິດ-ສົຄົມ ແລະ ຄວາມພະຍາຍາມໃນການປົກປັກຮັກສາສິ່ງແວດລ້ອມຢ່າງຍືນຍົງ; ເຊິ່ງໄດ້ສົ່ງຜົນຍົກລະດັບໃຫ້ ກຸ່ມບໍລິສັດ ພອນສັກ ກ້າວຂຶ້ນສູ່ຖານະ ບໍລິສັດຊັ້ນນຳ ທີ່ໄດ້ຮັບຄວາມເຄົາລົບນັບຖື ໃນຂະແໜງອຸດສາຫະກຳ ຢູ່ ສປປ ລາວ ໃນປັດຈຸບັນ.

ຕິດຕໍ່ພວກເຮົາ
ວັນຈັນ - ວັນສຸກ 08.00 - 17.00
ຕຶກອາຄານ ພີທີ | ຖະໜົນ ໂພນໄຊ | ນະຄອນຫຼວງວຽງຈັນ | ສປປ ລາວ
info@phonesackgroup.com

ກຸ່ມບໍລິສັດ ພອນສັກ ມີຄວາມມຸ່ງໝັ້ນທີ່ຈະຮັບປະກັນຄວາມຍືນຍົງຂອງບໍລິສັດ ໂດຍການສືບຕໍ່ລົງທຶນເພີ່ມເຂົ້າໃນດ້ານເຕັກໂນໂລຊີ ແລະ ບຸກຄະລາກອນ ຂອງຕົນ, ພ້ອມທັງມີຄວາມພາກພູມໃຈ ທີ່ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ດ້ວຍການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ ແລະ ຜູ້ຮັບເໝົາຈຳນວນຫຼວງຫຼາຍ ໃນທຸກໆ ຂະແໜງທຸລະກິດຂອງຕົນ.