ວິໄສທັດ, ພາລະກິດ ແລະ ຄຸນຄ່າ

ພື້ນຖານຫຼັກຂອງເຮົາ

ວິໄສທັດ, ພາລະກິດ ແລະ ຄຸນຄ່າ

ຂັບເຄື່ອນ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ນະ​ວັດ​ຕະ​ກຳ ແລະ ຜົນ​ກະ​ທົບ​ທາງ​ບວກ​ໃຫ້​ແກ່​ປະ​ຊາ​ຊົນ, ຊຸມຊົນ ແລະ ອຸດສາຫະກຳ ຂອງ ສປປ ລາວ.

ວິໄສທັດ

ກຸ່ມບໍລິສັດ ພອນສັກ ຈຳກັດ ມຸ່ງໝັ້ນທີ່ຈະກ້າວໄປເປັນໜຶ່ງໃນວິສາຫະກິດລາວທີ່ມີຄຸນຄ່າ ແລະ ມີຄວາມຫ້າວຫັນຂັບເຄື່ອນທີ່ສູງສຸດ ຂອງ ສປປ ລາວ, ໂດຍຊຸກຍູ້ການຫັນເປັນທັນສະໄໝ ໃນຂະແໜງພະລັງງານ, ພື້ນຖານໂຄງລ່າງ, ບໍ່ແຮ່, ແລະ ຊັບພະຍາກອນທຳມະຊາດ ຂອງຊາດ, ພ້ອມທັງຂະຫຍາຍອອກສູ່ຕະຫຼາດໂລກ, ແລະ ມອບຄຸນຄ່າອັນເຂັ້ມແຂງໃຫ້ແກ່ພະນັກງານ ແລະ ຄູ່ຮ່ວມມື.

ວິໄສທັດ

ກຸ່ມບໍລິສັດ ພອນສັກ ຈຳກັດ ມຸ່ງໝັ້ນທີ່ຈະກ້າວໄປເປັນໜຶ່ງໃນວິສາຫະກິດລາວທີ່ມີຄຸນຄ່າ ແລະ ມີຄວາມຫ້າວຫັນຂັບເຄື່ອນທີ່ສູງສຸດ ຂອງ ສປປ ລາວ, ໂດຍຊຸກຍູ້ການຫັນເປັນທັນສະໄໝ ໃນຂະແໜງພະລັງງານ, ພື້ນຖານໂຄງລ່າງ, ບໍ່ແຮ່, ແລະ ຊັບພະຍາກອນທຳມະຊາດ ຂອງຊາດ, ພ້ອມທັງຂະຫຍາຍອອກສູ່ຕະຫຼາດໂລກ, ແລະ ມອບຄຸນຄ່າອັນເຂັ້ມແຂງໃຫ້ແກ່ພະນັກງານ ແລະ ຄູ່ຮ່ວມມື.

ພາລະກິດ

ຮັບປະກັນການເຕີບໂຕ ຂອງອຸດສາຫະກໍາຢ່າງບໍ່ຢຸດຢັ້ງ ໂດຍຜ່ານການຂຸດຄົ້ນບໍ່ແຮ່, ພະລັງງານ ແລະ ການພັດທະນາພື້ນຖານໂຄງລ່າງ, ເພື່ອສົ່ງເສີມຄວາມກ້າວຫນ້າທາງດ້ານເສດຖະກິດຢ່າງຕໍ່ເນື່ອງ ແລະ ສະໜອງການແກ້ໄຂແບບຍືນຍົງ ໃນການສະໜັບສະໜູນອະນາຄົດຂອງພະນັກງານ ແລະ ຊຸມຊົນທ້ອງຖິ່ນ.

ຄຸນຄ່າ

ຄຸນຄ່າຫຼັກຂອງກຸ່ມບໍລິສັດ ພອນສັກ ຈຳກັດ ເປັນພື້ນຖານຫຼໍ່ຫຼອມວັດທະນະທຳ ແລະ ການກຳນົດລັກສະນະຂອງບໍລິສັດ, ເຊິ່ງເປັນແນວທາງໃນການປະຕິບັດວຽກ ຕະຫຼອດຈົນການຕັດສິນໃຈຂອງບໍລິສັດ ແລະ ບຸກຄະລາກອນທຸກຄົນ.

ຄຸນຄ່າໃນການປະຕິບັດ

ປະເທດຊາດ

ຊ່ວຍຮັບປະກັນ ​ການ​ເຕີບ​ໂຕ​ດ້ານ​ອຸດ​ສາ​ຫະ​ກຳ​ຢ່າງ​ໝັ້ນ​ຄົງ ເພື່ອ​ສະ​ໜັບ​ສະ​ໜູນ ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ຕໍ່​ເນື່ອງ ແລະ ຜົນ​ຕອບ​ແທນ​ທີ່​ຍືນ​ຍົງ​ໃຫ້ແກ່​ປະ​ເທດຊາດ ແລະ ປະ​ຊາ​ຊົນ.

ບໍລິສັດ

ດຳເນີນການຕາມລະບຽບກົດໝາຍ ພ້ອມທັງຍັງສອດຄ່ອງກັບແນວທາງປະຕິບັດທີ່ໄດ້ຮັບການຍອມຮັບໃນລະດັບສາກົນ ໃນການພັດທະນາ ແລະ ການດຳເນີນງານ ເພື່ອປັບປຸງ ແລະ ສ້າງຜົນຕອບແທນທີ່ສູງໃຫ້ແກ່ພາກສ່ວນກ່ຽວຂ້ອງ, ພະນັກງານ, ລູກຄ້າ, ຜູ້ຮັບເໝົາ ​ແລະ ຜູ້ສະໜອງ.

ບຸກຄະລາກອນ

ສະໜັບສະໜູນ ແລະ ສົ່ງເສີມການພັດທະນາສັກກາຍະພາບຂອງພະນັກງານ ຜ່ານການໃຫ້ເງື່ອນໄຂການເຮັດ​ວຽ​ກ, ການຝຶກອົບຮົມ ສະພາບແວດລ້ອມການເຮັດວຽກທີ່ປອດໄພ ເປັນມິດຕໍ່ສິ່ງແວດລ້ອມ ແລະ ເປັນມືອາຊີບ ລວມເຖິງໂອກາດໃນການກ້າວໜ້າໃນສາຍອາຊີບ ສ້າງສະພາບແວດລ້ອມການເຮັດວຽກທີ່ສາມາດເຕີບໂຕ ແລະ ມຸ່ງໝັ້ນທີ່ຈະເປັນເລີດ.

ຊຸມຊົນ

ມູ່ງໝັ້ນ ແລະ ມີສ່ວນຮ່ວມໃນການສະໜັບສະໜູນການພັດທະນາເສດຖະກິດ ຄວບຄູ່ໄປກັບການປັບປຸງ ແລະ ຍົກລະດັບຄຸນະພາບຊີວິດ ສະຫວັດດີການຂອງພະນັກງານ, ຊຸມຊົນທ້ອງຖິ່ນ ແລະ ສັງຄົມໂດຍ​ລວມ.

ສິ່ງແວດລ້ອມ

ຍຶດຖືການເປັນມິດຕໍ່ສັງຄົມ ແລະ ສິ່ງແວດລ້ອມ ຕາມກົດໝາຍທີ່ກ່ຽວຂ້ອງ ເພື່ອຮັບປະກັນວ່າກິດຈະກຳຕ່າງໆ ຂອງບໍລິສັດ ຈະບໍ່ມີຜົນກະທົບໃດໆຕໍ່ສຸຂະພາບ ແລະ ຄວາມປອດໄພຂອງພະນັກງານ ແລະ ຊຸມຊົນທ້ອງຖິ່ນ.

ຕິດຕໍ່ພວກເຮົາ
ວັນຈັນ - ວັນສຸກ 08.00 - 17.00
ຕຶກອາຄານ ພີທີ | ຖະໜົນ ໂພນໄຊ | ນະຄອນຫຼວງວຽງຈັນ | ສປປ ລາວ
info@phonesackgroup.com

ກຸ່ມບໍລິສັດ ພອນສັກ ມີຄວາມມຸ່ງໝັ້ນທີ່ຈະຮັບປະກັນຄວາມຍືນຍົງຂອງບໍລິສັດ ໂດຍການສືບຕໍ່ລົງທຶນເພີ່ມເຂົ້າໃນດ້ານເຕັກໂນໂລຊີ ແລະ ບຸກຄະລາກອນ ຂອງຕົນ, ພ້ອມທັງມີຄວາມພາກພູມໃຈ ທີ່ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ດ້ວຍການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ ແລະ ຜູ້ຮັບເໝົາຈຳນວນຫຼວງຫຼາຍ ໃນທຸກໆ ຂະແໜງທຸລະກິດຂອງຕົນ.